ຫຼັກການນະໂຍບາຍຄວາມລັບ-ການບໍລິການຊໍາລະທາງອອນລາຍຂອງ NewPay
ການບໍລິການຊໍາລະທາງອອນລາຍຂອງ:
NewPay (ກວມທັງ「ເວທີຊໍາລະທາງອອນລາຍຂອງNewPay」, 「ກະເປົາເງີນ NewPay」) ໂດຍແມ່ນ Lao NewPay Technology Joint Venture CO.,LTD (ຕໍ່ໄປນີ້ເອີ້ນວ່າ:「NewPay」) ເປັນຜູ້ສະໜອງ. ນໍາໃຊ້ການບໍລິການຊໍາລະທາງອອນລາຍຂອງ NewPay, ທ່ານເຫັນດີດັ່ງຂ້າງລຸ່ມນີ້:
ຂໍ້ມູນ, ການບໍລິການ ແລະ ຜະລິດຕະພັນທີ່ການບໍລິການຊໍາລະທາງອອນລາຍຂອງ NewPay ສະໜອງໃຫ້ນັ້ນ ບໍ່ໄດ້ໝາຍຄວາມວ່າສາມາດນໍາໃຊ້ຢູ່ທຸກຂົງເຂດ. ມີພຽງແຕ່ບຸກຄົນທີ່ໄດ້ຮັບການອະນຸຍາດທາງກົດໝາຍຈຶ່ງສາມາດນໍາໃຊ້ ຫລື ຮັບການສະໜອງຂໍ້ມູນ, ການບໍລິການ ແລະ ຜະລິດຕະພັນ, ກ່ອນທີ່ທ່ານຈະນໍາໃຊ້ການບໍລິການຊໍາລະທາງອອນລາຍຂອງ NewPay ນັ້ນ, ທ່ານຈະຕ້ອງຮັບປະກັນວ່າ ໄດ້ຮັບຮູ້ຢ່າງລະອຽດ ແລະ ເຄົາລົບປະຕິບັດຕາມຂໍ້ກໍານົດທີ່ກ່ຽວຂ້ອງຕ່າງຯ.
NewPay ຈະບໍ່ຮັບຜິດຊອບຕໍ່ກັບກໍລະນີທ່ານໄດ້ນໍາໃຊ້ ຫລື ບໍ່ສາມາດນໍາໃຊ້ການບໍລິການຊໍາລະທາງອອນລາຍຂອງ NewPay, ໂດຍສະເພາະແມ່ນເຫດການດັ່ງຂ້າງລຸ່ມນີ້:
ຄວາມລ່າຊ້າ ຫລື ຢຸດສະງັກຕ່າງຯທີ່ເກີດຂື້ນໃນເວລາທີ່ທ່ານລັອກອິນ (Log In) ເຂົ້າໃນການບໍລິການຊໍາລະທາງອອນລາຍຂອງ NewPay; ການສົ່ງຂໍ້ຄວາມຜ່ານທາງອິນເຕີເນັດ ຫລື ຊ່ອງທາງໃດໜື່ງ ທີ່ມີການຕົກເຮ່ຍ, ຜິດພາດ, ຊັກຊ້າ, ຕົວໜັງສືຜິດພາດ ຫລື ການລັດເອົາທີ່ບໍ່ໄດ້ຮັບການມອບສິດ ຫລື ລັອກອິນເຂົ້າໃນການບໍລິການຊໍາລະທາງອອນລາຍຂອງ NewPay ໂດຍທີ່ບໍ່ໄດ້ຮັບການມອບສິດ ຫລື ເອົາຂໍ້ມູນຕ່າງຯໄປນໍາໃຊ້; ການຜິດພາດ, ການຂັດຂ້ອງ ຫລື ການຜິດປົກກະຕິຂອງຊອບແວ (Software), ເຄື່ອງອຸປະກອນ ຫລື ລະບົບຕ່າງຯ; ໄວຣັດຄອມພີວເຕີທຸກແບບ ຫລື ບັນຫາຕ່າງຯທີ່ຄ້າຍຄືກັນ. ສໍາລັບການຊົດໃຊ້ຄວາມເສຍຫາຍຈາກາທາງອ້ອມ, ລາຍການສະເພາະ, ຕິດຊ້ອນ ຫລື ເທົ່າທຽມກັນນັ້ນ, ພາຍໃຕ້ສະພາບການແບບໃດກໍ່ຕາມ NewPay ລ້ວນແຕ່ບໍ່ຈໍາຕ້ອງຮັບຜິດຊອບທາງກົດໝາຍ. ຄວາມເສຍຫາຍທີ່ເນື່ອງຈາກການກະທໍາຂອງລັດຖະບານ, ຝ່າຍທີ່ສາມໃດໜື່ງ ຫລື ເຫດການທີ່ NewPay ບໍ່ສາມາດຄວບຄຸມໄດ້, NewPay ແມ່ນບໍ່ຈໍາຕ້ອງຮັບຜິດຊອບທາງກົດໝາຍ.
ຂໍ້ມູນ ແລະ ເອກະສານທັງໝົດທີ່ບັນຈຸຢູ່ໃນການບໍລິການຊໍາລະທາງອອນລາຍຂອງ NewPay, ບໍ່ວ່າຈະເປັນຂໍ້ມູນ ຫລື ເອກະສານທີ່ NewPay ຫລື ຜູ້ສະໜອງອື່ນຯໄດ້ສະໜອງໃຫ້, NewPay ຈະພະຍາຍາມ ຫລື ຊຸກຍູ້ໃຫ້ຜູ້ສະໜອງຂໍ້ມູນນັ້ນ ສາມາດສະໜອງຂໍ້ມູນທີ່ມີຄວາມຖືກຕ້ອງ, ຂໍ້ມູນດັ່ງກ່າວເປັນພຽງຂໍ້ມູນອ້າງອີງເທົ່ານັ້ນ, NewPay ຈະບໍ່ຮັບປະກັນຕໍ່ກັບຄວາມຖືກຕ້ອງ ຫລື ຄວາມຄົບຖ້ວນຂອງຂໍ້ມູນດັ່ງກ່າວ, NewPay ສາມາດດໍາເນີນການດັດແກ້ ໂດຍທີ່ບໍ່ຈໍາຕ້ອງແຈ້ງໃຫ້ທ່ານຮັບຊາບລ່ວງໜ້າ. ຄວາມສ່ຽງທີ່ເກີດເນື່ອງມາຈາກທ່ານດໍາເນີນການຄ້າຂາຍ (Transaction) ຫລື ການບໍລິການ ໂດຍອ້າງອີງຈາກຂໍ້ມູນດັ່ງກ່າວນັ້ນ, ແມ່ນໃຫ້ທ່ານຮັບຜິດຊອບດ້ວຍຕົນເອງ, NewPay ຈະບໍ່ຮັບຜິດຊອບໃດຯຕໍ່ກັບບັນຫາທີ່ເກີດຂື້ນຈາກການບໍລິການທີ່ NewPay ສະໜອງໃຫ້ກັບທ່ານ.
ຖ້າຫາກວ່າ ທ່ານເປັນພຽງຜູ້ເຂົ້າຊົມ (Visitor), NewPay ຈະບັນທຶກພຽງຊື່ໂດເມນ (Domain Name), ທີ່ຢູ່ເຊີເວີ (Sever Address) ຂອງທ່ານ ແລະ ເວັບໄຊ ຫລື ປຸ່ມກົດທີ່ທ່ານເຂົ້າເບິ່ງ, ບັນທຶການເຂົ້າຊົມຂອງທ່ານ. ນອກຈາກທີ່ມີຄໍາຊີ້ນໍາເປັນຕ່າງຫາກ, NewPay ຈະບໍ່ເກັບກໍາຂໍ້ມູນສ່ວນຕົວໃດຯ. ຍົກເວັ້ນການບັນທຶກທີ່ຈໍາເປັນທີ່ເກີດໃນການດໍາເນີນການຄ້າຂາຍ, ຕົວເລກລວບລວມສະຖິຕິການນໍາໃຊ້ການບໍລິການ NewPay ແມ່ນຈະສະແດງໃຫ້ເຫັນພຽງຈໍານວນ ແລະ ປະເພດຂອງຜູ້ເຂົ້າຊົມ
ການຖະແຫລງນະໂຍບາຍຄວາມລັບສ່ວນຕົວ
Lao NewPay Technology Joint Venture CO.,LTD ແມ່ນຢູ່ພາຍໃຕ້ການຕິດຕາມຄຸ້ມຄອງຂອງ ທະນາຄານ ແຫ່ງ ສປປ ລາວ, ເຄົາລົບປະຕິບັດພາລະໜ້າທີ່ການຮັກສາຄວາມລັບຕາມຂໍ້ກໍານົດຂອງ ສປປ ລາວ ແລະ ມາເກົາຢ່າງເຂັ້ມງວດ, ຍຶດຖືການປ້ອງກັນຮັກສາຕໍ່ຂໍ້ມູນເອກະສານສ່ວນຕົວ, ພ້ອມທັງເຄົາລົບປະຕິບັດຕາມຫຼັກການນະໂຍບາຍຄວາມລັບສ່ວນຕົວຄື:
1. ໃນເວລາທີ່ທ່ານນໍາໃຊ້ບັນຊີທີ່ລົງທະບຽນໃນການບໍລິການຊໍາລະທາງອອນລາຍຂອງ NewPay ຫລື ນໍາໃຊ້ການບໍລິການທີ່ NewPay ສະໜອງໃຫ້ ຫລື ສະໜອງຊັບພະຍາກອນ ຫລື ບໍລິການໃຫ້ກັບ NewPay ນັ້ນ, ຈະຕ້ອງສະໜອງຂໍ້ມູນກ່ຽວຂ້ອງຕ່າງຯໃຫ້ NewPay ຢ່າງເປັນປະຈໍາ. ຖ້າຫາກວ່າ ບໍ່ໄດ້ສະໜອງຂໍ້ມູນດັ່ງກ່າວໃຫ້ກັບ NewPay, ອາດຈະເຮັດໃຫ້ NewPay ບໍ່ສາມາດສະໜອງການບໍລິການຊໍາລະທາງອອນລາຍຂອງ NewPay ໃຫ້ກັບທ່ານ.
2. NewPay ຈະດໍາເນີນການເກັບກໍາ ຫລື ຮັບຂໍ້ມູນຕ່າງຯຂອງທ່ານຢ່າງເປັນປະຈໍາ, ໂດຍສະເພາະແມ່ນຂໍ້ມູນຖານະສ່ວນຕົວ. ຂໍ້ມູນດັ່ງກ່າວກວມທັງແຕ່ບໍ່ຈໍາກັດພຽງຂໍ້ມູນທີ່ເກັບກໍາໃນເວລາທີ່ທ່ານດໍາເນີນການສືບຕໍ່ພົວພັນທຸລະກິດຢ່າງເປັນປົກກະຕິກັບ NewPay, ດໍາເນີນການຄ້າຂາຍ ຫລື ການບໍລິການ ໂດຍຜ່ານບັດ NewPay ຫລື ການຊໍາລະທາງອອນລາຍຂອງ NewPay ຫລື ການພົວພັນສື່ສານແບບປາກຕໍ່ປາກ ຫລື ແບບເປັນລາຍລັກອັກສອນຮ່ວມກັບ NewPay ໃນສະພາບທົ່ວໄປນັ້ນ.
3. ນອກຈາກທີ່ຈະໄດ້ຮັບການຕົກລົງເຫັນດີຈາກທ່ານ ຫລື ພາຍໃຕ້ການອະນຸຍາດທາງກົດໝາຍ, NewPay ຈະບໍ່ເປີດເຜີຍຂໍ້ມູນຂອງທ່ານໃຫ້ກັບຝ່າຍທີ່ສາມ, ຮັກສາຄວາມລັບຕໍ່ກັບຂໍ້ມູນກິດຈະການທັງໝົດທີ່ທ່ານໄດ້ດໍາເນີນຜ່ານຊ່ອງທາງອີເລັກໂຕຼນິກ.
4. ທ່ານຈະຕ້ອງລະມັດລະວັງ, ການບໍລິການທີ່ການບໍລິການຊໍາລະທາງອອນລາຍຂອງ NewPay ສະໜອງໃຫ້ກັບທ່ານນັ້ນ, ອາດຈະເປັນການສະໜອງຂອງຝ່າຍບໍລິການຝ່າຍທີ່ສາມ ຫລື ຜູ້ສະໜອງການຄ້າຂາຍ ຫລື ຄູ່ຮ່ວມທະລິກິດອື່ນຯ, ກ່ອນທີ່ທ່ານຈະສະໜອງຂໍ້ມູນໃຫ້ຝ່າຍທີ່ສາມໃນເວລາທີ່ທ່ານນໍາໃຊ້ການບໍລິການ ຫລື ການຄ້າຂາຍຂອງຝ່າຍທີ່ສາມນັ້ນ, ທ່ານຈະຕ້ອງອ່ານລາຍລະອຽດກ່ຽວກັບຂໍ້ກໍານົດຂອງການບໍລິການ ຫລື ການຄ້າຂາຍດັ່ງກ່າວ, ພ້ອມທັງດໍາເນີນການຕົກລົງ. NewPay ຈະບໍ່ຮັບຜິດຊອບຕໍ່ກັບຂໍ້ມູນທີ່ທ່ານສະໜອງໃຫ້ກັບຝ່າຍທີ່ສາມ.
5. ອີງຕາມລະບຽບກົດໝາຍທີ່ໄດ້ລະບຸໄວ້, ລູກຄ້າທຸກຄົນ ແມ່ນມີສິດກວດກາວ່າ NewPay ໄດ້ຖືມີຂໍ້ມູນຂອງຕົນເອງຫລືບໍ່, ມີສິດກວດສອບຂໍ້ມູນຂອງຕົນ; ຮຽກຮ້ອງໃຫ້ NewPay ດໍາເນີນການດັດແກ້ຂໍ້ມູນອັນບໍ່ຖືກຕ້ອງຂອງຕົນເອງໃຫ້ຖືກຕ້ອງ.
6. NewPay ມີສິດເກັບຄ່າໃຊ້ຈ່າຍຕໍ່ກັບການດໍາເນີນການກວດສອບຂໍ້ມູນຕ່າງຯຢ່າງສົມເຫດສົມຜົນ.
7. ທ່ານເຫັນດີສະໜອງຂໍ້ມູນສ່ວນຕົວ ແລະ ຂໍ້ມູນທີ່ອ່ອນໄຫວຂອງຜູ້ໃຊ້ໃຫ້ແອັບ NewPay ແລະ NewPay for Business ຊຶ່ງລວມທັງແຕ່ບໍ່ຈໍາກັດຂໍ້ມູນຕົວຕົນສ່ວນຕົວ, ຂໍ້ມູນທາງດ້ານການເງິນ ແລະ ການຊໍາລະ, ຂໍ້ມູນການຢັ້ງຢືນຕົວຕົນ, ຂໍ້ມູນຮູບພາບ,ເບີໂທ, ຂໍ້ມູນໂທລະຄົມ, ຂໍ້ມູນສະຖານທີ່ອຸປະກອນ, ຂໍ້ຄວາມ ແລະ ຂໍ້ມູນທີ່ກ່ຽວຂ້ອງກັບການໂທ, ຂໍ້ມູນສຸຂະພາບ, ຂໍ້ມູນ ຂໍ້ມູນກ່ຽວກັບສຸຂະພາບ, ຂໍ້ມູນແອັບອື່ນໃນອຸປະກອນ, ຂໍ້ມູນໄມໂຄຣໂຟນ, ຂໍ້ມູນກ້ອງຖ່າຍຮູບ ແລະ ຂໍ້ມູນການນໍາໃຊ້ ຫຼື ອຸປະກອນທີ່ອ່ອນໄຫວອື່ນໆ. ຖ້າແອັບຂອງທ່ານ ຈະແກ້ໄຂໄດ້ຂໍ້ມູນສ່ວນຕົວ ແລະ ຂໍ້ມູນທີ່ອ່ອນໄຫວຂອງຜູ້ໃຊ້. ແອັບ NewPay ແລະ NewPay for Business ສຳລັບທຸລະກິດທີ່ສາມາດເຂົ້າເຖິງ, ເກັບກຳ, ນຳໃຊ້ ແລະ ແບ່ງປັນຂໍ້ມູນສ່ວນຕົວ ແລະ ຂໍ້ມູນທີ່ອ່ອນໄຫວຂອງຜູ້ໃຊ້ ທີ່ໄດ້ຮັບຜ່ານແອັບພຣິເຄຊັນດັ່ງກ່າວ ເພື່ອຈຸດປະສົງໃນການສະໜອງແອັບພລິເຄຊັ່ນ ແລະ ບໍລິການຕ່າງໆ ພ້ອມທັງຜູ້ໃຊ້ຖືກຕ້ອງຕາມຂໍ້ກໍານົດນະໂຍບາຍຕາມຄວາມຄາດຫວັງທີ່ສົມເຫດສົມຜົນ.